ທີ່ຕັ້ງ ແລະ ພາລະບົດບາດຂອງກົມແຜນການ
ກົມແຜນການ ມີຊື່ຫຍໍ້ເປັນພາສາລາວວ່າ “ກຜ” ແມ່ນໂຄງປະກອບໜຶ່ງໃນກົງຈັກຂອງ ກະຊວງແຜນການ ແລະ ການລົງທຶນ, ມີພາລະບົດ ບາດເປັນເສນາທິການໃຫ້ ແກ່ກະຊວງໃນການຜັນຂະຫຍາຍແນວທາງ, ຍຸດທະສາດ, ນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ກາຍເປັນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດໃນແຕ່ລະໄລຍະ; ເປັນເຈົ້າການປະສານສົມທົບກັບຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນໃນການຊຸກຍູ້, ຕິດຕາມ, ຄຸ້ມຄອງ ແລະ ສະຫຼຸບລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດຢ່າງມີປະສິດທິຜົນ.
ໜ້າທີ່
-
ຄົ້ນຄວ້ານະໂຍບາຍ, ສ້າງດຳລັດ, ຄຳສັ່ງ, ແຈ້ງການ, ຂໍ້ກຳນົດກົດລະບຽບ ແລະ ບົດແນະນຳຕ່າງໆກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງເສດຖະກິດມະຫາພາກ, ການຄຸ້ມຄອງໂຄງການລົງທຶນຂອງລັດ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ວຽກງານປະຊາກອນຕາມທິດການພັດທະນາແບບຍືນຍົງ ແລະການເຕີບໂຕສີຂຽວ ເພື່ອນຳສະເໜີລັດ ຖະບານພິຈາລະນາປະກາດໃຊ້;
-
ປະສານສົມທົບກັບຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າສັງລວມ, ວິເຄາະ-ວິໄຈ, ສ້າງ, ຕິດຕາມ, ຊຸກຍູ້, ຄຸ້ມຄອງ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ, ເປົ້າໝາຍການພັດທະນາແບບຍືນຍົງ, ການເຕີບໂຕສີຂຽວ ແລະ ແຜນການລົງທຶນ ຂອງລັດ ໄລຍະກາງ (5 ປີ) ແລະ ໄລຍະສັ້ນ (ປະຈໍາປີ) ເພື່ອລາຍງານ ແລະ ສະເໜີລັດຖະບານ ພິຈາລະນາ;
-
ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າ ແລະ ນໍາໃຊ້ຜົນການຄົ້ນຄວ້າຈາກສະຖາບັນຄົ້ນຄວ້າຕ່າງໆ ເພື່ອເປັນຂໍ້ມູນໃນການຄຸ້ມຄອງເສດຖະກິດມະຫາພາກ, ຮັກສາສະຖຽນລະພາບທາງດ້ານເສດຖະກິດ-ການເງິນ-ເງິນຕາຂອງປະເທດໃຫ້ໝັ້ນຄົງ;
-
ເຂົ້າຮ່ວມກັບພາກສ່ວນກ່ຽວຂ້ອງ ເຜີຍແຜ່ກ່ຽວກັບທິດທາງ, ນະໂຍບາຍ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ເພື່ອລະດົມ ແລະ ຍາດແຍ່ງການຊ່ວຍເຫຼືອທາງການເພື່ອການພັດທະນາໃນການມາດຸ່ນດ່ຽງແຜນການລົງທຶນຂອງລັດໃນແຕ່ລະໄລຍະ;
-
ສ້າງວິທີວິທະຍາ, ເອກະສານແນະນໍາ ແລະ ປື້ມຄູ່ມືກ່ຽວກັບວຽກງານການວາງແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ການລົງທຶນຂອງລັດ, ພ້ອມທັງຈັດຝຶກອົບຮົມ, ເຜີຍແຜ່ໃຫ້ບັນດາຂະແໜງການ ແລະທ້ອງຖິ່ນ ໃນຂອບເຂດທົ່ວປະເທດ;
-
ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເລິກວິໄຈຈຸດປະສົງ, ເປົ້າໝາຍ, ໂຄງປະກອບ, ຄວາມອາດສາມາດ ແລະ ປະສິດທິຜົນຂອງການລົງທຶນຂອງໂຄງການລົງທຶນຂອງລັດ;
-
ເປັນເຈົ້າການຄົ້ນຄວ້າ, ດັດສົມ ແລະ ຈັດສັນງົບປະມານການລົງທຶນຂອງລັດ (ງົບປະມານພາຍໃນ) ໃຫ້ແກ່ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ເພື່ອສະເໜີລັດຖະບານພິຈາລະນາ ໃນແຕ່ລະໄລຍະ;
-
ເປັນເຈົ້າການຄົ້ນຄວ້າສັງລວມບັນດາໂຄງການລົງທຶນຂອງລັດ (ງົບປະມານພາຍໃນ ແລະ ການຊ່ວຍເຫຼືອທາງການເພື່ອການພັດທະນາ) ທີ່ບັນດາຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ ສະເໜີມາເພື່ອພິຈາລະ ນາເອົາເຂົ້າແຜນການລົງທຶນຂອງລັດປະຈໍາປີ ຫຼື ແຕ່ລະໄລຍະຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການລົງທຶນຂອງລັດ;
-
ເຂົ້າຮ່ວມເປັນຄະນະຮັບຜິດຊອບໂຄງການລົງທຶນຂອງລັດ ເພື່ອດໍາເນີນການຄຸ້ມຄອງໂຄງການໃຫ້ສອດ ຄ່ອງກັບຈຸດປະສົງ, ເປົ້າໝາຍ, ແຜນດໍາເນີນງານໂຄງການ ເພື່ອໃຫ້ທັນຕາມກໍານົດເວລາ ແລະມີປະສິດ ທິຜົນສູງ;
-
ເຂົ້າຮ່ວມເປັນຄະນະກຳມະການປະມູນ ແລະ ເຊັນສັນຍາໂຄງການລົງທຶນຂອງລັດ;
-
ກວດຜ່ານຮ່າງສັນຍາຈັດຊື້-ຈັດຈ້າງໂຄງການລົງທຶນຂອງລັດ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການແລ້ວ ຈຶ່ງອະນຸມັດໃຫ້ເຈົ້າຂອງໂຄງການເຊັນສັນຍາກັບຜູ້ຮັບເໝົາຈັດຊື້-ຈັດຈ້າງ;
-
ເຂົ້າຮ່ວມເປັນຄະນະກຳມະການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການລົງທຶນຂອງລັດທຸກໆຄັ້ງ ລວມທັງກວດກາຜົນສຳເລັດຄັ້ງສຸດທ້າຍ (ກວດ 100%) ຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ;
-
ກວດຜ່ານຢັ້ງຢືນເອກະສານສະເໜີຂໍຊຳລະໂຄງການລົງທຶນຂອງລັດຂອງບັນດາຂະແໜງການຂັ້ນສູນກາງແລະ ທ້ອງຖິ່ນ;
-
ຄົ້ນຄວ້າການສະເໜີດັດແກ້ມູນຄ່າໂຄງການ, ອວ່າຍທຶນ, ຍົກເລີກ ແລະ ໂຈະໂຄງການລົງທຶນຂອງລັດຕາມການສະເໜີຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນໄລຍະ 6 ເດືອນທ້າຍປີໃຫ້ສອດ ຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ເພື່ອສະເໜີຂັ້ນເທິງພິຈາລະນາອະນຸມັດ;
-
ເກັບກໍາ, ສັງລວມ ແລະ ສ້າງຖານຂໍ້ມູນຂ່າວສານ ລວມທັງຂໍ້ມູນສະຖິຕິກ່ຽວກັບວຽກງານແຜນການ ແລະ ແຜນການລົງທຶນຂອງລັດ ພ້ອມທັງເຜີຍແຜ່ຂໍ້ມູນຂ່າວສານດັ່ງກ່າວ;
-
ເຂົ້າຮ່ວມກອງປະຊຸມ ແລະ ເຂົ້າຮ່ວມເປັນຄະນະຕ່າງໆຕາມການເຊື້ອເຊີນ ທີ່ພົວພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນການລົງທຶນຂອງລັດ, ວຽກງານກວດສອບ ແລະ ວຽກງານກວດກາ ປະຈໍາປີ;
-
ເຮັດໜ້າທີ່ປົກປ້ອງພັກ ແລະ ພະນັກງານພາຍໃນກົມ ບໍ່ໃຫ້ເຄື່ອນໄຫວຜິດກົດລະບຽບຂອງພັກ, ກົດໝາຍຂອງລັດ, ກົດລະບຽບຂອງກົມກອງ ແລະ ກະຊວງແຜນການ ແລະ ການລົງທຶນ ວາງອອກ;
-
ຈັດຕັ້ງນຳພາ ແລະ ຄຸ້ມຄອງກໍ່ສ້າງພະນັກງານພາຍໃນກົມຂອງຕົນ ໃຫ້ໜັກແໜ້ນທາງດ້ານແນວຄິດການເມືອງເຂັ້ມແຂງທາງດ້ານການຈັດຕັ້ງ, ຊໍານານງານທາງດ້ານວິຊາສະເພາະ ແລະ ມີປະສົບການໃນການປະຕິບັດວຽກງານຕົວຈິງໃຫ້ກາຍເປັນຊ່ຽວຊານດ້ານການວາງແຜນ ແລະ ການຄຸ້ມຄອງການລົງທຶນຂອງລັດ;
-
ຄຸ້ມຄອງ, ນຳໃຊ້ພາຫະນະ ແລະ ວັດຖຸອຸປະກອນ ແລະ ຂຶ້ນແຜນງົບປະມານ ເພື່ອຮັບໃຊ້ວຽກບໍລິ ຫານ ແລະ ການເຄື່ອນໄຫວວຽກວິຊາສະເພາະພາຍໃນກົມແຜນການ;
-
ຄຸ້ມຄອງ, ນຳໃຊ້ ແລະ ລາຍງານທຶນຊ່ວຍເຫຼືອທາງການເພື່ອການພັດທະນາໃນການປະຕິບັດໂຄງການຕ່າງໆທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນໃຫ້ສອດຄ່ອງກັບເປົ້າໝາຍ ແລະ ຖືກຕ້ອງກັບລະບຽບການ ຂອງກະຊວງ ການເງິນ ວາງອອກ;
-
ປະຕິບັດທຸກໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້.
ຂອບເຂດສິດ
- ອອກບົດແນະນຳ, ແຈ້ງການດ້ານວິຊາການໃຫ້ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ຫົວໜ່ວຍ ທຸລະກິດ ຂອງລັດ ແລະ ເອກະຊົນ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ;
- ເຊີນພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອປຶກສາຫາລືບັນດາວຽກງານທີ່ຕິດພັນກັບ ພາລະບົດບາດ ແລະ ໜ້າທີ່ຂອງຕົນ. ພ້ອມດຽວກັນນັ້ນກໍເຂົ້າຮ່ວມເປັນຄະນະ ແລະ ຮ່ວມປະຊຸມ ກັບບັນດາ ພາກສ່ວນຕ່າງໆຕາມການເຊີນ;
- ແນະນຳ, ກວດກາ, ຈັດລຽງ ແລະ ດັດສົມໂຄງການລົງທຶນຂອງລັດ ທີ່ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ສະເໜີ; ຄົ້ນຄ້ວາ, ດັດສົມ ແລະ ກໍານົດທຶນໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນແຕ່ລະໄລຍະເພື່ອສະເໜີຕໍ່ຂັ້ນເທິງພິຈາລະນາ;
- ທວງເອົາບົດສະຫຼຸບ ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດໃນແຕ່ລະໄລຍະ ແລະ ບັນດາຂໍ້ມູນຂ່າວສານຕ່າງໆທີ່ຈຳເປັນຈາກບັນດາ ຂະແໜງ ການຂັ້ນສູນ ກາງ ແລະ ທ້ອງຖິ່ນ ເພື່ອນໍາໃຊ້ເຂົ້າໃນການສ້າງ, ຄຸ້ມຄອງ, ດັດສົມເສດຖະກິດມະ ຫາພາກ ແລະ ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ;
- ປະສານສົມທົບກັບບັນດາຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ ເພື່ອປຶກສາຫາລື, ຄົ້ນຄວ້າ, ແກ້ໄຂໂຄງການທີ່ເຫັນວ່າການຈັດຕັ້ງປະຕິບັດບໍ່ຖືກກັບເປົ້າໝາຍ, ບໍ່ນອນໃນແຜນການ ແລະ ບໍ່ມີປະສິດທິ ຜົນ, ຖ້າມີຄວາມຈຳ ເປັນກໍສະເໜີລາຍງານຂັ້ນເທິງພິຈາລະນາສັ່ງໂຈະຊົ່ວຄາວ ຫຼື ຖາວອນ;
- ຄົ້ນຄວ້າປັບປຸງບັນດານິຕິກໍາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ, ກົມກຽວ ແລະ ບໍ່ມີປະສິດທິຜົນ, ຄຽງຄູ່ກັນນັ້ນ ກໍ່ຄົ້ນຄວ້າ ແລະນໍາສະເໜີແນວຄວາມຄິດໃໝ່ໆ ກ່ຽວກັບວຽກງານວາງແຜນ ແລະ ຄຸ້ມຄອງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ໃຫ້ສອດຄ່ອງໃນແຕ່ລະໄລຍະ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
- ຕິດຕໍ່ພົວພັນ, ເຈລະຈາ, ເຊັນສັນຍາ ແລະ ຂໍ້ຜູກພັນຕ່າງໆກັບອົງການຈັດຕັ້ງຂອງລັດ, ເອກະຊົນ, ຕ່າງ ປະເທດ ແລະອົງການຈັດຕັ້ງສາກົນຕ່າງ ຕາມການຕົກລົງເຫັນດີ ຂອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ;
- ປະສານສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ເພື່ອສະເໜີຕໍ່ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພິຈາລະນາຕົກລົງສ້າງຕັ້ງ, ປັບປຸງ ແລະ ລຶບລ້າງ ບັນດາພະແນກ ແລະ ຄະນະຮັບຜິດ ຊອບໂຄງການ ຫຼື ຄະນະສະເພາະກິດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
- ປະສານສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ເພື່ອສະເໜີຕໍ່ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພິຈາລະນາຕົກລົງແຕ່ງຕັ້ງ, ເລື່ອນຊັ້ນ, ປົດຕຳແໜ່ງ, ຍົກຍ້າຍໜ້າທີ່, ຍ້ອງຍໍ, ນະໂຍ ບາຍອື່ນໆ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
- ສະເໜີຊື້ພາຫະນະ ແລະອຸປະກອນຮັບໃຊ້ກົມຂອງຕົນ ຕາມແຜນງົບປະມານທີ່ໄດ້ຮັບອະນຸຍາດຈາກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ໂຄງການຊ່ວຍເຫຼືອທາງດ້ານວິຊາການຂອງອົງການຈັດຕັ້ງສາກົນ ຕາມການຕົກລົງ ແລະ ມອບໝາຍ;
- ຂຶ້ນແຜນ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດງົບປະມານເຂົ້າໃນບັນດາວຽກງານ ແລະ ກິດຈະກຳປະຈຳປີ ຂອງກົມຕາມເປົ້າໝາຍ ແລະ ແຜນການ ທີ່ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ສະເໜີຈ່າຍເງິນຂອງ ໂຄງການທີ່ລັດຖະບານມອບໃຫ້ຕົນຮັບຜິດຊອບຄຸ້ມຄອງຕາມແຜນການ ແລະ ເປົ້າໝາຍທີ່ກຳນົດໄວ້ ບົນພື້ນຖານລະບຽບການ ຂອງກະຊວງການເງິນວາງອອກ. ພ້ອມກັນນັ້ນ ກໍສະຫຼຸບລາຍງານການໃຊ້ ຈ່າຍປະຈຳເດືອນ, ປະຈຳງວດ ແລະ ປະຈຳປີ ຢ່າງເປັນປົກກະຕິຈົນສຳເລັດໂຄງການ.
- ຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ, ແຜນການ, ແຜນງານ,ໂຄງການ, ການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງການຈັດຕັ້ງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ ແລະ ຮອງຫົວໜ້າພະແນກ, ພະນັກງານ-ລັດຖະກອນ ພາຍໃນກົມກອງຂອງຕົນ.
- ສະຫຼຸບຜົນຂອງການຕິດຕາມ, ກວດກາ ພ້ອມທັງສະເໜີມາດຕະການ, ວິທີການແກ້ໄຂຜົນຂອງການກວດກາໃຫ້ຂັ້ນເທິງຂອງຕົນ ພິຈາລະນາຕົກລົງແກ້ໄຂ;
- ສະຫຼຸບສັງລວມຜົນຂອງການລາຍງານ ການເຄື່ອນໄຫວວຽກກວດກາລັດ ແລະ ຜົນຂອງການກວດກາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ລາຍງານ ກົມກວດກາ ກະຊວງແຜນການ ແລະ ການລົງທຶນ ຢ່າງເປັນປົກກະຕິ;
- ຄົ້ນຄວ້າ, ພິຈາລະນາຄໍາຮ້ອງ-ຄໍາສະເໜີຂອງພະນັກງານ-ລັດຖະກອນ ຢູ່ໃນຄວາມຮັບຜິດຊອບຂອງກົມກ່ຽວກັບການກະທໍາ ຫຼືການຕົກລົງບັນຫາໃດໜຶ່ງທີ່ລະເມີດກົດໝາຍ ແລະ ລະບຽບການເພື່ອສະເໜີຂັ້ນເທິງຂອງຕົນແກ້ໄຂ;
- ຄົ້ນຄວ້າ ແລະ ສະເໜີກ່ຽວກັບວຽກງານຄຸ້ມຄອງ ແລະ ກໍ່ສ້າງພະນັກງານເຊັ່ນ: ຂຶ້ນແຜນຄວາມຕ້ອງ ການຂອງພະນັກງານ, ສ້າງແຜນກໍ່ສ້າງພະນັກງານ, ປະເມີນຜົນລັດຖະກອນ, ເກັບກໍາສະຖິຕິ ແລະຊີວະປະຫວັດພະນັກງານ, ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ແລະ ກໍານົດຕໍາແໜ່ງງານຂອງກົມສົ່ງໃຫ້ກົມຈັດຕັ້ງ ແລະ ພະນັກງານ.
- ຄົ້ນຄວ້າ ແລະ ສະເໜີການປະຕິບັດນະໂຍບາຍຕໍ່ພະນັກງານເຊັ່ນ: ນະໂຍບາຍຍ້ອງຍໍ, ນະໂຍບາຍເລື່ອນຊັ້ນ, ດັດແກ້ຊັ້ນ-ຂັ້ນເງິນເດືອນ, ບຳເນັດ, ບຳນານ ແລະ ລາພັກຕ່າງໆ;
- ເຮັດໜ້າທີ່ປົກປ້ອງສະມາຊິກພັກ ແລະ ພະນັກງານ ບໍ່ໃຫ້ເຄື່ອນໄຫວຜິດກົດລະບຽບຂອງພັກ, ກົດໝາຍຕ່າງໆຂອງລັດ, ກົດລະບຽບຂອງກົມກອງ ແລະ ກະຊວງແຜນການ ແລະ ການລົງທຶນວາງອອກ.