ແຜນພັດທະນາ ເສດຖະກິດ – ສັງຄົມແຫ່ງຊາດ
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນເຄື່ອງມືຫຼັກໃນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ກຳນົດທິດທາງ, ວິໄສທັດ, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງລັດ ໂດຍໄດ້ກຳນົດຈຸດໝາຍລວມ, ເປົ້າໝາຍໃຫຍ່ແຜນວຽກຈຸດສຸມ, ກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດແຜນໃຫ້ສຳເລັດໃນແຕ່ລະໄລຍະຕາມທີພັກ ແລະ ລັດຖະບານວາງອອກ.
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ.
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ເປັນແຜນພັດທະນາແຫ່ງຊາດໄລຍະກາງ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ທິດທາງຂອງລັດຖະບານ ໂດຍໄດ້ກຳນົດຈຸດ ໝາຍ, ເປົ້າໝາຍ, ແຜນວຽກຈຸດສຸມ, ກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດໃນໄລຍະເວລາ 5 ປີ.
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ:
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນພັດທະນາແຫ່ງຊາດໄລຍະສັ້ນ ເຊິ່ງແມ່ນແຜນສຳລັບຈັດຕັ້ງຜັນຂະຫຍາຍແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ເຂົ້າໃນວຽກ ງານ ແລະ ແຜນງົບປະມານປະຈຳປີ, ໂດຍໄດ້ກຳນົດຈຸດປະສົງ, ເປົ້າໝາຍ, ແຜນວຽກຈຸດສຸມ, ກົນໄກ ແລະ ມາດຕະການສຳລັບຈັດຕັ້ງປະຕິບັດໃນໄລຍະ 1 ປີ.
ແຜນການ 5 ປີ
ແຜນປະຈຳປີ
ວິໄສທັດຮອດປີ 2030 ແລະ ຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) – | ດາວໂຫຼດ | |
ແຜນຜັດທະນາເສດຖະກິດ-ສັງຄົມ ປະຈຳປີ 2019 – NSEDP 2019 | ດາວໂຫຼດ | |
ສະຫຼບແຜນພັດທະນາເສດຖະກິດ-ສັງຄົມ-ໝົດປີ-2018 – | ດາວໂຫຼດ | |
ແຜນຜັດທະນາເສດຖະກິດ-ສັງຄົມ ປະຈຳປີ 2018 – NSEDP 2018 | ດາວໂຫຼດ | Download |
ແຜນຜັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 – NSEDP 2017 | ດາວໂຫຼດ | Download |
ປະເມີນກາງພາກ
LAO/030 – ແຜນງານພັດທະນາທ້ອງຖີ່ນສຳລັບແຂວງບໍ່ແກ້ວ, ບໍລິຄຳໄຊ, ຄຳມ່ວນ ແລະ ວຽງຈັນ
1. ປະຫວັດຄວາມເປັນມາ
ສ ປປ ລາວ ໄດ້ມີການຂະຫຍາຍຕົວທາງດ້ານເສດຖະກິດມະຫາພາກຢ່າງວ່ອງໄວໃນທົດສະວັດທີ່ຜ່ານມາ, ອັດຕາການເຕິບໂຕຂອງ GDP ໃນແຕ່ລະປີ ສະເລ່ຍປະມານ 7,8%. ເຖິງຢ່າງໃດກໍ່ຕາມ, ສ ປປ ລາວ ຍັງຖືເປັນປະເທດທີ່ດ້ອຍພັດທະນາ, ຖືກຈັດຢູ່ໃນອັນດັບທີ 138 ຢູ່ໃນ 188 ປະເທດ ອີງຕາມດັດຊະນີການພັດທະນາມະນຸດຂອງສະຫະປະຊາຊາດ ແລະ ອັນດັບທີ 132 ອີງຕາມ GDP ຕໍ່ຫົວຄົນ. ດ້ານຄວາມບໍ່ສະເໝີພາບເຫັນວ່າຍັງເພີ່ມຂື້ນ ເປັນຕົ້ນຄວາມແຕກຕົນລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ, ໂດຍສະເພາະແມ່ນເຂດພູດອຍທີ່ຢູ່ຫ່າງໄກສອກຫຼີກ, ປະຊາຊົນໃນເຂດພູດອຍສ່ວນໃຫຍ່ມີລາຍໄດ້ຕ່ຳ, ການສຶກສາ, ສາທາລະນະສຸກ, ໂພຊະນາການ ແລະ ຕົວຊີ້ວັດທາງສັງຄົມອື່ນໆທຽບກັບໃນຕົວເມືອງ ແລະ ເຂດທົ່ງພຽງແມ່ນຍັງຕໍ່າຫຼາຍ.ນອກຈາກບັນຫາຄວາມຫ່າງໄກສອກຫຼີກທີ່ເຮັດໃຫ້ເຂົ້າເຖິງຍາກ ແລະ ມີທ່າແຮງທາງດ້ານກະສິກຳຕໍ່າ, ຍັງມີບັນຫາການເຂົ້າເຖິງຊັບພະຍາກອນ, ສິ່ງແວດລ້ອມເຊື່ອມໂສມ ແລະ ການບໍລິການດ້ານສາທາລະນະບໍ່ດີເທົ່າທີ່ຄວນ. ບ້ານທີ່ຢູ່ເຂດພູດອຍສ່ວນໃຫຍ່ຍັງໃຊ້ລະບົບການ ນຳໃຊ້ທີ່ດິນແບບດັ້ງເດີມ ເຊິ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ເນື່ອງຈາກມີການຍາດແຍ່ງກັນຄຸ້ມຄອງ ແລະ ໄດ້ມີລະບຽບການໃນການນຳໃຊ້ຊັບພະຍາກອນທຳມະຊາດ. ເຖິງວ່າຈະມີການປັບປຸງທາງດ້ານເສັ້ນທາງ, ການສະໜອງໄຟຟ້າ ແລະ ການບໍລິການສາທາລະນະ, ແຕ່ປະຊາຊົນຊົນຍັງພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນຍຸກທີ່ທັນສະໄໝ, ບັນຫາການນຳໃຊ້ທີ່ດິນ ແລະ ໂອກາດໃນການມີວຽກເຮັດງານທຳ. ບັນດາບ້ານໃນເຂດພູດອຍແມ່ນມີຄວາມອ່ອນໄຫວດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ນະໂຍບາຍ ແລະ ແຜນພັດທະນາຂອງລັດຖະບານໄດ້ເນັ້ນເຖິງຄວາມຈຳເປັນໃນການແກ້ໄຂຄວາມທຸກຍາກໃຫ້ມີປະສິດທິພາບສູງ ແລະ ແກ້ໄຂບັນຫາຕ່າງໆທີ່ຕິດພັນໃນເຂດທີ່ດ້ອຍໂອກາດຄືດັ່ງກ່າວ.
ແຜນງານພັດທະນາທ້ອງຖີ່ນ ສຳລັບແຂວງບໍ່ແກ້ວ, ບໍລິຄຳໄຊ, ຄຳມ່ວນ ແລະ ວຽງຈັນ ທີ່ໄດ້ຮັບການໃຫ້ທຶນຈາກປະເທດລຸກຊຳບວກ ຫລື ແຜນງານລາວ/030, ເປັນໂຄງການທີ່ໃຫ້ການສະໜັບສະໜູນດ້ານການຫລຸດຜ່ອນຄວາມທຸກຍາກໃນເຂດພູດອຍ ສຸມໃສ່ປະຊາກອນປະມານ 150,000 ຄົນ ທີ່ນອນໃນ 230 ບ້ານ ຂອງ 14 ເມືອງທີ່ທຸກຍາກທີ່ສຸດຂອງສີ່ແຂວງເປົ້າ.
ໂຄງການດັ່ງກ່າວໄດ້ໃຫ້ການສະໜັບສະໜູນໂດຍປະສົມປະສານສອງວິທີການເຂົ້າກັນຄື: ການພັດທະນາແບບມີຊຸມຊົນເປັນເຈົ້າການ ແລະ ການສ້າງຄວາມເຂັ້ມແຂງທາງດ້ານການປົກຄອງ ເພື່ອຫຼຸດຜ່ອນຄວາມທຸກຍາກ. ສຳລັບສອງວິທີນີ້ໝາຍເຖິງ ລະບົບຂອງລັດຖະບານສາມາດໄດ້ຮັບຂໍ້ມູນ ແລະ ໄດ້ຮັບການປັບປຸງໂດຍອິງໃສ່ບັນດາບູລິມະສິດທີ່ຈັດລຽງໂດຍອິງໃສ່ຄວາມຕ້ອງການຕົວຈິງ, ປະສົບການຈາກການເຮັດວຽກພາກສະໜາມ ແລະ ການຈັດຕັ້ງປະຕິບັດຕົວຈິງ, ໃນທາງກັບກັນວຽກງານພັດທະນາຕົວຈິງທີ່ສາມາດໄດ້ຮັບປະໂຫຍດຈາກການນຳໃຊ້ນະໂຍບາຍ, ແຜນງານ, ລະບຽບການ ແລະ ການບໍລິການສາທາລະນະທີ່ດີ.
2. ປະຫວັດຫຍໍ້ຂອງແຜນງານລາວ/030
ແຜນງານລາວ/030 ແມ່ນແຜນງານທີໄດ້ຮັບການຄຸ້ມຄອງຮ່ວມກັນໂດຍ ກະຊວງແຜນການ ແລະ ການລົງທຶນ ແລະ ອົງການລຸກຊໍາບວກເພື່ອການພັດທະນາ (ລັກເດບ) ເຊິ່ງເປັນການຮ່ວມມືສອງຝ່າຍໃນການຮ່ວມມືດ້ານການພັດທະນາຂອງລັດຖະບານລັກຊໍາເບີກ. ພະແນກແຜນການ ແລະ ການລົງທຶນແຂວງ ແລະ ຫ້ອງການແຜນການເມືອງ ເປັນຜູ້ປະສານງານໃນການຈັດຕັ້ງປະຕິບັດຢູ່ພາກສະໜາມ. ໂດຍການສະໜັບສະໜູນທາງດ້ານວິຊາການຈາກການມີສ່ວນຮ່ວມຂອງບັນດາຂະແໜງການທີ່ກ່ຽວຂ້ອງເຊັ່ນ: ຂະແໜງກະສິກຳ, ຂະແໜງສຶກສາ, ຂະແໜງສາທາລະນະສຸກ. ຄະນະກຳມະການພັດທະນາຂັ້ນບ້ານ ໃນ 230 ບ້ານ ແມ່ນມີໜ້າທີຮັບຜິດຊອບໃນການປະສານງານໃນລະດັບຊຸມຊົນ ແລະ ຄຸ້ມຄອງກອງທຶນພັດທະນາບ້ານ.
ໂຄງການນີ້ແມ່ນຂ້ອນຂ້າງເປີດກວ້າງທາງດ້ານກິດຈະກຳຊ່ວຍເຫຼືອ, ຄູ່ຮ່ວມງານ ແລະ ຂອບເຂດພູມສັນຖານ. ພ້ອມນັ້ນ ຍັງເປັນໂຄງການທີສາມາດປັບປ່ຽນໄດ້ໃນການກຳນົດກິດຈະກຳ ເພື່ອຕອບສະໜອງຄວາມຕ້ອງການຕົວຈິງ ອິງໃສ່ຜົນຈາກການລົງເຮັດວຽກພາກສະໜາມ ແລະ ຈາກການສະເໜີຈາກພາກສ່ວນກ່ຽວຂ້ອງຕໍ່ກັບບັນຫາດັ່ງກ່າວ, ໂຄງການໄດ້ນຳໃຊ້ 4 ຫຼັກການລວມດັ່ງນີ້:
ສຸມໃສ່ແກ້ໄຂຄວາມທຸກຍາກ:
ຈຸດປະສົງແມ່ນເພື່ອສະໜອງທຶນໃຫ້ແກ່ການລົງທືນໃສ່ບັນດາບ້ານເປົ້າໝາຍ ທີ່ຖືກຄັດເລືອກຈາກບັນດາບ້ານທີ່ທຸກຍາກທີ່ສຸດ ແລະ ດ້ອຍໂອກາດທີ່ສຸດໃນ 4 ແຂວງເປົ້າໝາຍ, ເຊິ່ງເຫັນວ່າເປັນການປະກອບສ່ວນສຳຄັນເຂົ້າໃນການນຳພາບັນດາບ້ານເປົ້າໝາຍສ່ວນຫຼາຍໃຫ້ຫຍັບຂື້ນຢູ່ເທິງເສັ້ນຄວາມທຸກຍາກ ພາຍໃນປີ 2021.
ຄວາມສອດຄ່ອງ:
ແຜນວຽກຂອງແຜນງານລາວ/030 ແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຂອບຕິດຕາມ ແລະ ປະເມີນຜົນ ຮັບປະກັນການຈັດຕັ້ງປະຕິບັດວຽກຕົວຈິງມີຄວາມສອດຄ່ອງ ແລະ ຮັບປະກັນໃຫ້ບັນດາຄູ່ຮ່ວມງານສາມາດປະຕິບັດໜ້າທີຮັບຜິດຊອບຂອງຕົນໄດ້ຢ່າງເຕັມສ່ວນ ແລະ ຖຶກຮັບຮູ້ໃນການເຮັດວຽກດັ່ງກ່າວ.
ການປະສານສົມທົບ:
ແຜນງານລາວ/030 ຍັງສະໜັບສະໜູນນະໂຍບາຍແບ່ງຂັ້ນຄຸ່ມຄອງຂອງລັດຖະບານລາວ ໂດຍສຸກຍູ້ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງຢູ່ໃນຂັ້ນບ້ານ, ເມືອງ, ແຂວງ ແລະ ຂັ້ນສູນກາງ ຕາມພາລະບົດບາດຂອງຕົນ, ການປະສານສົມທົບທີ່ມີປະສິດທິພາບໃນແຕ່ລະຂັ້ນ ໄດ້ຖືກກຳນົດຢູ່ຄູ່ມືການວາງແຜນແບບມີສ່ວນຮ່ວມໃນຂັ້ນບ້ານ ທີ່ຈັດຕັ້ງປະຕິບັດໂດຍຊຸມຊົນ ໂດຍການສະໜັບສະໜູນຈາກພະແນກແຜນການ ແລະ ການລົງທຶນແຂວງ ໃນການກຳນົດກິດຈະກຳ, ງົບປະມານ ແລະ ພາກສ່ວນຮັບຜິດຊອບແຜນການພັດທະນາດັ່ງກ່າວຍັງໄດ້ຖືກເຊຶອມເຂົ້າໃນແຜນຂັ້ນເມືອງ ແລະ ຂັ້ນແຂວງ ເພື່ອການປະສານງານ ແລະ ຕິດຕາມ.
ສ້າງຂີດຄວາມສາມາດ:
ແຜນການສ້າງຂີດຄວາມສາມາດແມ່ນໄດ້ຖືກສ້າງຂື້ນສຳລັບທຸກໆກິດຈະກຳຫຼັກຂອງໂຄງການ ໂດຍການຝຶກອົບຮົມ, ສິດສອນ, ແລກປ່ຽນປະສົບການ, ທັດສະນະສຶກສາຢູ່ພາຍໃນປະເທດ, ການຊ່ວຍເຫຼືດ້ານວິຊາການ ເພື່ອຍົກສູງຄວາມອາດສາມາດຂອງທ້ອງຖິ່ນແນໃສ່ເພື່ອສ້າງຄວາມຍືນຍົງພາຍຫຼັງແຜນງານສິ້ນສຸດລົງ.